ແຫຼ່ງທ່ອງທ່ຽວ
ແຫຼງທອ້ງທ່ຽວ
ປັດຈຸບັນ ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທັງໝົດຈຳນວນ 227 ແຫ່ງ ໃນນັ້ນເປັນແຫຼ່ງທ່ອງທ່ຽວວັດທະນະທຳ 86 ແຫ່ງ ທຳມະຊາດ 107 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 34 ແຫ່ງ ແລະ ບັນດາແຫຼ່ງທ່ອງທ່ຽວຈຳນວນດັ່ງກ່າວນີ້ ລ້ວນແຕ່ໄດ້ຮັບການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ແລະ ຕະຫຼອດໄລຍະຜ່ານມາ ແຂວງຫຼວງພະບາງ ຍັງໄດ້ເອົາໃຈໃສ່ໃນການປັບປຸງພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວເຊັ່ນ: ລະບົບຄົມມະນາຄົມ ແລະ ການຂົນສົ່ງທາງບົກ ທາງນ້ຳ ແລະ ທາງອາກາດ ໃຫ້ມີຄວາມສະດວກສະບາຍ ມີຄວາມປອດໄພຫຼາຍຂຶ້ນ ສະຖານທີ່ທ່ອງທ່ຽວກໍໄດ້ຮັບການກໍ່ສ້າງປັບປຸງ ແລະ ພັດທະນາໃຫ້ກ້າວໄປສູ່ຄຸນນະພາບ ມາຮອດປັດຈຸບັນ ໂຮງແຮມມີເຖິງ 46 ແຫ່ງ ຣີສອດ 14 ແຫ່ງ ເຮືອນພັກ 230 ຫຼັງ ຮ້ານອາຫານ 48 ແຫ່ງ ສາມາດຮອງຮັບບັນດາແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມຫຼວງພະບາງໄດ້ 4 ພັນກວ່າຄົນຕໍ່ມື້ ນອກນີ້ຍັງມີບໍລິສັດທີ່ໃຫ້ການບໍລິການທ່ອງທ່ຽວ ຈຳນວນ 61 ຫົວໜ່ວຍ.
ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຫຼວງພະບາງເປັນແຂວງໜຶ່ງທີ່ມີປະຫວັດສາດອັນຍາວນານ 1.200 ກວ່າປີ ມີວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ໄດ້ຮັບການອະນຸລັກຮັກສາໃຫ້ຄົງຄຸນຄ່າຕະຫຼອດມາ ມີທີ່ຕັ້ງພູມສັນຖານທີ່ເໝາະສົມ ແລະ ອຸດົມສົມບູນໄປດ້ວຍທຳມະຊາດ ອັນເປັນອົງປະກອບທີ່ສຳຄັນເຮັດໃຫ້ຫຼວງພະບາງມີຄວາມສວຍສົດງົດງາມ ແລະ ເປັນເອກະລັກສະເພາະ ແລະ ອັນພິເສດອັນໜຶ່ງອີກແມ່ນມີເມືອງຫຼວງພະບາງ ເປັນເມືອງມໍລະດົກໂລກທາງດ້ານວັດທະນະທຳ ແລະ ທຳມະຊາດ ແຕ່ປີ 1995 ເປັນຕົ້ນມາ ຈາກເງື່ອນໄຂດັ່ງກ່າວ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງເຂົ້າມາທ່ຽວຊົມຫຼວງພະບາງຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນແຕ່ລະປີ ສະເພາະໃນ 6 ເດືອນຕົ້ນ ສົກປີ 2012-2013 ນີ້ ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມຫຼວງພະບາງໄດ້ທັງໝົດ 221.895 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 41.414 ເທື່ອຄົນ ຫຼື ປະມານ 30% ສາມາດສ້າງລາຍຮັບໄດ້ທັງໝົດ 61,40 ລ້ານໂດລາສະຫະລັດ ຫຼື ປະມານ 490 ຕື້ກີບ ອັນໄດ້ກາຍເປັນທ່າແຮງຕົ້ນຕໍ ໃນການສ້າງແຫຼ່ງລາຍຮັບເຂົ້າສູ່ແຂວງຫຼວງພະບາງຢ່າງຫຼວງຫຼາຍ.
ທ່ານເຈົ້າແຂວງຫຼວງພະບາງ ຍັງໃຫ້ຮູ້ຕື່ມວ່າ: ຈາກທ່າແຮງດັ່ງກ່າວນັ້ນ ຄະນະພັກ ອຳນາດການປົກຄອງແຂວງຫຼວງພະບາງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດວຽກງານບໍລິຫານການທ່ອງທ່ຽວ ແລະ ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ ໃນລະດັບ 9,4% ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ.
ຫໍພິພິທະພັນ ເມືອງຫຼວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳ ຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930. ປະຈຸບັນ ໃຊ້ສະແດງສິນລະປະ ແລະ ພຸດທະສາດສະໜາ ເປັນທີ່ປະດິດ ສະຖານພະບາງ ແລະ ສະແດງກ່ຽວກັບປະຫວັດ ເຈົ້າຊີວິດ ແລະ ຄອບຄົວ, ມີການກໍ່ສ້າງອາຄານໃໝ່ທີ່ສວຍງາມ ສຳລັບປະດິດ ສະຖານພະບາງ. ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
ຫຼວງພະບາງ ຄອງອັນດັບ 2 ປາຍທາງການທ່ອງທ່ຽວຂອງໂລກ ປີ 2014 ຫວ່າງບໍ່ດົນມານີ້ ວາລະສານທ່ອງທ່ຽວອັນດັບແຖວໜ້າຂອງໂລກ ຈາກປະເທດອັງກິດ (Wanderlust) ໃຫ້ຄະແນນເມືອງທີ່ມີຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຄວນໄປຢ້ຽມຢາມໃນໂລກ ປີ 2014 ວ່າ: ເມືອງມໍລະດົກໂລກຫຼວງພະບາງ ໄດ້ຮັບການຈັດອັນດັບທີ 2 ຂະນະທີ່ ນະຄອນບາການ ມຽນມາ ຄອງອັນດັບທີ 1. ວາລະສານດັ່ງກ່າວເປີດເຜີຍວ່າເຂົາເຈົ້າໄດ້ເກັບກຳເອົາຄະແນນ ແລະ ຕົວເລກຊີ້ວັດຈາກຜູ້ອ່ານວາລະສານ ແລະ ນັກທ່ອງທ່ຽວທີ່ເດີນທາງໄປທົ່ວໂລກ ເປັນຜູ້ລົງຄະແນນສຽງວ່າ ເມືອງໃດແດ່ທີ່ບັນດານັກທ່ອງທ່ຽວຕ້ອງການຢາກໄປຢ້ຽມຢາມ ຫຼື ຢາກສຳພັດສະຖານທີ່ນັ້ນ ຊຶ່ງເຫັນວ່າມີ 10 ຕົວເມືອງທີ່ນັກທ່ອງທ່ຽວໃຫ້ຄະແນນ ເມືອງທີ່ມີຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຄວນໄປສຳພັດຄື: ນະຄອນບາການ ມຽນມາ ຄອງອັນດັບທີ 1 ດ້ວຍຄະແນນ 97,5% ຫຼວງພະບາງ ສປປ ລາວ ອັນດັບທີ 2 ດ້ວຍຄະແນນ 95,71% ເຫງອານ ຫວຽດນາມ ອັນດັບທີ 3 ດ້ວຍຄະແນນ 94,33% ແລະ ອື່ນໆ. ທ່ານນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເປີດເຜີຍວ່າ: ການທີ່ເມືອງມໍລະດົກໂລກ ແຂວງຫຼວງພະບາງ ໄດ້ຮັບການຈັດອັນດັບທີ 2 ເປັນເມືອງຈຸດໝາຍປາຍທາງທ່ອງທ່ຽວ ແລະ ຄວນໄປຢ້ຽມຢາມໃນ 10 ຕົວເມືອງທົ່ວໂລກ ປີ 2014 ນັ້ນ ຈະຊ່ວຍກະຕຸກຊຸກຍູ້ ແລະ ສົ່ງເສີມພາກອຸດສາຫະກຳທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວໃນອະນາຄົດຢ່າງຕໍ່ເນື່ອງ ທັງຢູ່ພາຍໃນແຂວງຫຼວງພະບາງ ແລະ ປະເທດຂອງພວກເຮົາ ພ້ອມດຽວກັນນັ້ນ ຍັງຈະຍົກລະດັບພາກທຸລະກິດ ແລະ ການບໍລິການໄດ້ຮັບ
ການປັບປຸງຂຶ້ນ ຕາມມາດຕະຖານສາກົນອີກດ້ວຍ.
/ ຕາດຮ້ອຍຄົວ ຫ່າງຈາກຕົວເມືອງປະມານ 12 ກິໂລແມັດ, ເປັນຕາດທໍາມະຊາດທີ່ສວຍງາມ, ລວງສູງຂອງຕາດ ແທກໄດ້ປະມານ 15 ແມັດ ແລະ ມີນໍ້າຕົກຕາດນ້ອຍຫຼາຍຊັ້ນ.

Comments
Post a Comment