ໜ້າຫຼັກ
ໜ້າຫຼັກ ແຂວງຫຼວງພະບາງ (ຄຳເຄົ້າ: ແຂວງຫຼວງພຣະບາງ, ອັງກິດ: Luangprabang) ເປັນແຂວງໜຶ່ງຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ແມ່ນ ເມືອງຫຼວງພະບາງທີ່ເປັນມໍລະດົກໂລກອີກດ້ວຍ. ເນື້ອໃນ [ເຊື່ອງ] ໑ ປະຫວັດແຂວງຫຼວງພະບາງ ໒ ທີ່ຕັ້ງ ໓ ປະຊາກອນ ໔ ສະພາບເສດຖະກິດ-ສັງຄົມ ໕ ບັນດາເມືອງ ໖ ສະຖານທີ່ທ່ອງທ່ຽວ ໗ ອາຫານປະຈຳແຂວງຫຼວງພະບາງ ໘ ແຫຼ່ງຂໍ້ມູນອື່ນ ປະຫວັດແຂວງຫຼວງພະບາງ[ແກ້ໄຂ] ເບິ່ງບົດຄວາມຫຼັກທີ່ ເມືອງຫຼວງພະບາງ ເມືອງຫຼວງພະບາງ ແມ່ນ ເມືອງເອກຂອງແຂວງຫຼວງພະບາງ ໄດ້ຮັບການຍົກຍ້ອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ ປະເທດຍີ່ປຸ່ນ ໃນວັນທີ 9 ເດືອນ 12 ປີ 1995 [[ປູ່ເຍີຍ່ Lao-Korea ທີ່ຕັ້ງ[ແກ້ໄຂ] ທິດເໜືອຕິດກັບ ແຂວງຜົ້ງສາລີ ທິດໃຕ້ຕິດກັບ ແຂວງວຽງຈັນ ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ ປະຊາກອນ[ແກ້ໄຂ] ແຂວງຫຼວງພະບາງ ມີປະຊາກອນທັງໝົດ 431,439 ຄົນ ເປັນຜູ້ຊາຍ 215,999 ຄົນ, ຍິງ 215,440 ຄົນ ມີຄວາມໜາແໜ້ນ 26 ຄົນຕໍ່ກິໂລຕາແມັດ. ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ກຶມມຸ,ເຜ...
Comments
Post a Comment